Sunday, May 31, 2009

ເພງ ກຸຫຼາບປາກຊັນ

ເພງ ກຸຫຼາບປາກຊັນ

ເນື້ອຮ້ອງແລະທຳນອງໂດຍ ສຸຣິວັດ ຣັດຕະນະສະຫວັນ

ຮ້ອງໂດຍ ຄຳເຕີມ ຊານຸບາ


ແດນດິນຖິ່ນໄກ ເຫຼືອຕາ ຢູ່ສຸດນະພາ ຍັງມີດອກຟ້າແສນງາມ
ຫາກໃຜໄດ້ເຫັນຈະມົວຫຼົງ ເຝົ້າຝັນພະວົງຫຼົງຕິມຕາມ
ສາວເອີຍສາວງາມ ງາມເຫລືອໃຈ
ງາມຈິງດັ່ງຄຳ ເຂົາຊົມ ຫາກໄດ້ສຸກສົມ ຊື່ນຊົມກັບນ້ອງສົມໃຈ
ອ້າຍຂໍ້ໄຝຝັນແຕ່ນາງດຽວ ບໍ່ຂໍຂ້ອງກ່ຽວຍິງອື່ນໃດ ເຝົ້າແຕ່ຫຼົງໄຫຼ ໄຝຝັນໃຈປອງ
R ໂອ...ກຸຫຼາາບ ສະຫວັນ ແຫ່ງເມືອງປາກຊັນ ທີ່ອ້າຍໄຝຝັນ ໝາຍປອງ
ໃຈ ຫວັງຢູ່ຄຽງປະຄອງ ກຸາບເປັນສີດັ່ງທອງ ເມື່ອຍາມແສງສ່ອງ ຈາກດວງສຸລີ
ຍາມແລງຄ່ຳລົງ ນ້ຳຊັນ ໂອ ບໍລິຄັນ ນ້ຳຊັນໄຫຼຜ່ານໃສດີ ແລເ
ຫັນໝູ່ສາວເຈົ້າລ່ອງລອຍ ໝູ່ປາໃຫຍ່ນ້ອຍລ່ອຍຫລີ້ນຄີ ສີ້ນແສງສຸລີ ສອດສີແສງຈັນ